ນ້ຳຕາແຫ່ງຄວາມຍິນດີ
ນ້ຳຕາແຫ່ງຄວາມຍິນດີ
歌手:Temple Guys
专辑:《ນ້ຳຕາແຫ່ງຄວາມຍິນດີ》

ເຄີຍສົນໃຈແລະຍັງຢາກຮູ້ ວ່າເປັນຫຍັງນ້ຳຕາແຫ່ງຄວາມຍິນດີ
ມັນຍັງຄົງໄຫລອອກມາໃນທຸກນາທີ ທີ່ເຫັນຄົນທີ່ເຮົາຮັກມີຄວາມສຸກ
ໃນຫົນທາງແຫ່ງຄວາມໄຝຝັນ ເໝືອນເຈົ້ານັ້ນຍັງລໍຄອຍແລະຍັງມີຢູ່
ຍັງມີຄວາໝາຍເໝືອນເຄີຍໃຫ້ຍັງມີຫວັງ ໃຫ້ຄົນໆນີ້ມີພະລັງແລະລົມຫາຍໃຈ

ພຽງເທົ່ານີ້ ນ້ຳໃນຕາມັນກໍ່ໄຫລ ນ້ຳໃນຕາມັນກໍ່ໄຫລມາກອດ
ມັນໄຫລມາບອກວ່າເຈົ້າຈາກໄປແສນໄກ
ນ້ຳໃນຕາມັນກໍ່ໄຫລອີກ ເໝືອນເຈົ້າເອງບໍ່ຫວັ່ນໄຫວເໝືອນແຕ່່ກ່ອນ
ເໝືອນວັນເກົ່າທີ່ເຮົາເຄີຍຍີ້ມເຄີຍໃຫ້ກັນ

ໃນຫົວໃຈ ເລີຍໄດ້ຮັບຮູ້ ວ່າເປັນຫຍັງນ້ຳຕາແຫ່ງຄວາມຍິນດີ
ຄວາມສຸກນັ້ນແລະກຳລັງໃຈທີ່ເຈົ້ານັ້ນມີ ໃນວັນນີ້ຫົວໃຈມັນສຸກເຫລືອເກີນ
ທາງທີ່ເຈົ້າໄປກັບທາງທີ່ຂ້ອຍຝັນ ເສັ້ນທາງນັ້ນຍັງລໍຄອຍແຕ່່ບໍ່ມີຢູ່
ເຈົ້າກ້າວໄປຖີ້ມຂ້ອຍໃຫ້ຢືນຢູ່ກັບຄວາມຫລັງ ແລະມັນຄົງຊ້າເກີນໄປທີ່ທຸກໆຢ່າງຈະກັບມາ
ຈະກັບມາ ຈະກັບມາຫາ ພຽງເທົ່ານີ້ ພຽງເທົ່ານີ້

ພຽງເທົ່ານີ້ ນ້ຳໃນຕາມັນກໍ່ໄຫລ ນ້ຳໃນຕາມັນກໍ່ໄຫລມາກອດ
ມັນໄຫລມາບອກວ່າເຈົ້າຈາກໄປແສນໄກ
ນ້ຳໃນຕາມັນກໍ່ໄຫລອີກ ເໝືອນເຈົ້າເອງບໍ່ຫວັ່ນໄຫວເໝືອນແຕ່່ກ່ອນ
ເໝືອນວັນເກົ່າທີ່ເຮົາເຄີຍຍີ້ມເຄີຍໃຫ້ກັນ

ນ້ຳໃນຕາມັນກໍ່ໄຫລ ນ້ຳໃນຕາມັນກໍ່ໄຫລມາກອດ
ມັນໄຫລມາບອກວ່າເຈົ້າຈາກໄປແສນໄກ
ນ້ຳໃນຕາມັນກໍ່ໄຫລ ນ້ຳໃນຕາມັນກໍ່ໄຫລມາກອດ
ມັນໄຫລມາບອກວ່າເຈົ້າຈາກໄປແສນໄກ
更多>> Temple Guys的热门歌曲